ອີງຕາມການແຈ້ງການ ຂອງ ກະຊວງສຶກສາທິການ ແລະ ກິລາ ເລກທີ 369/ສສກ ລົງວັນທີ 18 ມີນາ 2020 ເລື່ອງການປ້ອງກັນພະຍາດແຜ່ລະບາດ ໂຄວິດ-19 ແຈ້ງການໃຫ້ໂຈະການຮຽນ-ການສອນໃນສະຖາການສຶກສາທຸກລະດັບໃນຂອບເຂດທົ່ວປະເທດ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ໃຊ້ມາດຕະການປ້ອງກັນພາຍໃນສະຖາບັນ ຢ່າງເຂັ້ມງວດຄື: ນັກສຶກສາທຸກຄົນໄດ້ມີການກວດວັດອຸນນະພູມຮ່າງກາຍ, ທຳການລ້າງມືດ້ວຍເຈວຂ້າເຊື້ອພະຍາດ, ແຈກຜ້າປິດປາກ ກ່ອນເຂົ້າຫ້ອງຮຽນ, ທາງ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ວາງແຜນສ້າງຄວາມພ້ອມໄວ້ລ່ວງໜ້າ ໃນການຈັດຕັ້ງ ການຮຽນ-ການສອນ ແບບອອນໄລໄວ້ເປັນທີ່ຮຽບຮ້ອຍແລ້ວເພື່ອຮອງຮັບໃຫ້ແກ່ການຈັດຕັ້ງການຮຽນ-ການສອນ ແລະ ວັນທີ 19 ມີນາ 2020 ທາງພວກເຮົາໄດ້ນຳທິດທາງ ແລະ ແຜນການດັ່ງກ່າວມາປະຖົມນິເທດໃຫ້ແກ່ນັກສຶກສາທຸກຄົນທຸກຊັ້ນປີຮຽນເພື່ອຈະໄດ້ຈັດຕັ້ງປະຕິບັດການຮຽນ-ການສອນແບບອອນໄລໃຫ້ເປັນປົກະຕິໃນໄລຍະພັກຮຽນ
