ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ການແຜ່ລະບາດຂອງພະຍາດປອດອັກເສບຈາກເຊື້ອພະຍາດສາຍພັນໃໝ່ COVID-19

ການແຜ່ລະບາດຂອງພະຍາດປອດອັກເສບຈາກເຊື້ອພະຍາດສາຍພັນໃໝ່ COVID-19 ໄດ້ແຜ່ລາມໄປທົ່ວໂລກເຮັດໃຫ້ແຕ່ລະປະເທດໄດ້ອອກມາສະກັດກັ້ນ ແລະ ຫາວິທີປ້ອງກັນ ກະຊວງສາທາລະນະສຸກ ໂຮງໝໍ ແພດ-ພະຍາບານ ຈື່ງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ເພີ່ມຂື້ນຢ່າງເຂັ້ມງວດ ໃນການປະຕິບັດວຽກງານກໍ່ຕ້ອງຈຳເປັນມີອຸປະກອນຊ່ວຍປ້ອງກັນຕົວເອງ ບໍ່ວ່າຈະເປັນຜ້າອັດປາກ ໜ້າກາກ ແລະ ເຫຼົ້າເກົ້າສິບລ້າງມື ໃຫ້ພຽງພໍກັບການນຳໃຊ້ບໍລິການຄົນເຈັບ ສະນັ້ນ ທາງ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈື່ງໄດ້ມີນະໂຍບາຍປະກອບສ່ວນຈັດຕັ້ງໃຫ້ ກຳມະບານຮາກຖານ, ສະຫະພັນແມ່ຍິງຮາກຖານ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ມີນ້ຳໃຈແບ່ງປັນຊ່ວຍເຫຼືອໄລຍະວິກິດການ ຄືໄດ້ມີສ່ວນຮ່ວມໃນການຜະລິດໜ້າກາກໃສ ຈຳນວນ 500 ອັນ ເພື່ອນຳໄປມອບໃຫ້ກັບແພດ-ໝໍປະຈຳຢູ່ແຕ່ລະໂຮງໝໍໄດ້ນຳໃຊ້ເຂົ້າໃນວຽກງານສະກັດກັ້ນພະຍາດແຜ່ລະບາດໃນໄລຍະນີ້.