ກິດຈະກຳຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ແລະ ຂ່ຳນັບຮັບຕ້ອນວັນທີ 08 ມີນາ ວັນແມ່ຍິງສາກົນທີ່ໜຸນວຽນມາຮອດ ຄົບຮອບ 110 ປີ ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ບົວຄໍາ ດາວສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ຄະນະສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ສະຫະພັນແມ່ຍິງຮາກຖານ ສະຖາບັນ, ວິທະຍາໄລ, ສູນ ເຂົ້າຮ່ວມຢ່າງພ້ອມພຽງ ໃນນັ້ນ ສະຫະພັນແມ່ຍິງຮາກຖານ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ກໍໄດ້ເຂົ້າຮ່ວມພ້ອມກັບສົ່ງນັກກິລາເຂົ້າຮ່ວມແຂງຂັນ ໃນງານຄັ້ງນີ້ອີກດ້ວຍ.
