
ປະຫວັດ ແລະ ພາບລວມຂອງ ຣັຕນະ
ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໃນເມື່ອກ່ອນເປັນ ໂຮງຮຽນ ຣັຕນະການຄ້າ ໄດ້ສ້າງຕັ້ງຂຶ້ນວັນທີ: 02/03/1974 ໂດຍໄດ້ຮັບອະນຸມັດຈາກ ກະຊວງສຶກສາກິລາ ແລະ ທໍາມະການ ໃນເມື່ອກ່ອນ, ໂຮງຮຽນ ຣັຕນະການຄ້າ ມີສຳນັກງານຕັ້ງຢູ່: ບ້ານ ທາດຂາວ ເມືອງ ສີສັດຕະນາກ ກຳແພງນະຄອນວຽງຈັນ ແລະ ມີສາຂາຕັ້ງຢູ່ບ້ານ ໜອງດ້ວງ ເມືອງ ສີໂຄດຕະບອງ ກຳແພງ ນະຄອນວຽງຈັນ, ເປີດສອນຫລັກສູດວິຊາຊີບໄລຍະສັ້ນ 3 ເດືອນ, 6 ເດືອນ ແລະ 1 ປີ ເຊັ່ນ: ວິຊາພີມດີດ, ວິຊາເລຂານຸການ, ວິຊາການບັນຊີ ແລະ ວິຊາພາສາຕ່າງປະເທດ.
ຕົກມາປີ 1992 ທາງ ໂຮງຮຽນ ຣັຕນະ ການຄ້າ ໄດ້ຍົກຍ້າຍຈາກທາດຂາວມາຕັ້ງຢູ່ບ້ານ ສະພານທອງເໜືອ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ຕໍ່ມາປີ 1994 ທາງ ໂຮງຮຽນ ຣັຕນະ ການຄ້າ ໄດ້ມີສ້າງຫລັກສູດ ບໍລິຫານທຸລະກິດ ເພື່ອນໍາເໜີຕໍ່ກະຊວງສຶກສາທິການ ເພື່ອຂໍຍົກເປັນວິທະຍາໄລ ຣັຕນະ ບໍລິຫານທຸລະກິດ, ຈຶ່ງໄດ້ຮັບອະນຸມັດຈັດຕັ້ງການຮຽນ–ການສອນ ຫລັກສູດຊັ້ນສູງ ບໍລິຫານທຸລະກິດ ລະບົບ 5 ປີ, ປະກອບດ້ວຍ 3 ສາຂາວິຊາຄື: ສາຂາວິຊາ ການບໍລິຫານທົ່ວໄປ, ສາຂາວິຊາ ການເງິນ-ການທະນາຄານ, ສາຂາວິຊາ ພາສາອັງກິດທຸລະກິດ ຈາກນັ້ນປີ 2000-2001 ທາງວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ຈຶ່ງໄດ້ມີການປັບປຸງ ແລະ ພັດທະນາຫລັກສູດ ລະດັບປະລິນຍາຕີ ບໍລິຫານທຸລະກິດຂຶ້ນ ແລະ ໄດ້ຮັບອະນຸມັດເປີດສອນຫລັກສູດ ລະດັບປະລິນຍາຕີບໍລິຫານທຸລະກິດ ຈາກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ່ 1860/ສສ.ອຊ/2002 ລົງວັນທີ 11/11/2002 ແລະ ໃນປີ 2006 ກໍ່ໄດ້ຮັບອະນຸມັດເປີດການສອນຫລັກສູດ ລະດັບປະລິນຍາໂທ ບໍລິຫານທຸລະກິດ ພາຍໃຕ້ໂຄງການຮ່ວມມືດ້ານວິຊາການລະຫວ່າງ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ (ສປປ ລາວ) ກັບ ວິທະຍາໄລ ສັນຕະພົນ (ປະເທດໄທ) ຕາມໃບອະນຸຍາດ ເລກທີ່ 3677/ສສ.ອຊ/2006, ລົງວັນທີ 27/11/2006, ປະຈຸບັນວິທະຍາໄລ ຣັຕນະບໍລິຫານທຸລະກິດ ມີສະຖານທີ່ຮຽນຢູ່ສອງບ່ອນຄື: ສະຖານທີ່ຮຽນ 1 ຕັ້ງຢູ່ບ້ານ ສະພານທອງ ເໜືອ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ສະຖານທີ່ຮຽນ 2 ຕັ້ງຢູ່ບ້ານ ອີ່ໄລ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ມີສາຂາຢູ່ຕ່າງແຂວງ 2 ແຫ່ງຄື: ວິທະຍາໄລ ຣັຕນະບໍລິຫານທຸລະກິດ ສາຂາ ແຂວງ ອຸດົມໄຊ, ຊຶ່ງໄລຍະຜ່ານມາໄດ້ຮັບອະນຸມັດເປີດສອນ ຫລັກສູດບໍລິຫານທຸລະກິດຊັ້ນສູງ, ປະລິນຍາຕີ: ສາຂາວິຊາ ການບໍລິຫານທົ່ວໄປ, ສາຂາວິຊາ ການເງິນ–ການທະນາຄານ ແລະ ສາຂາວິຊາ ພາສາອັງກິດທຸລະກິດ ແລະ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ສາຂາ ເມືອງ ປາກລາຍ ແຂວງ ໄຊຍະບູລີ ຊຶ່ງໄລຍະ ຜ່ານມາໄດ້ຮັບອະນຸມັດ ເປີດສອນຫລັກສູດບໍລິຫານທຸລະກິດ ຊັ້ນສູງ, ສາຂາວິຊາ ການບໍລິຫານທົ່ວໄປ, ສາຂາວິຊາ ການ ເງິນ–ການທະນາຄານ ແລະ ສາຂາວິຊາ ພາສາອັງກິດທຸລະກິດ, ມາເຖິງປະຈຸບັນທາງ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ແລະ ທຸກສາຂາຕ່າງໆ ຂອງວິທະຍາໄລ ແມ່ນໄດ້ປະຕິບັດຕາມຄຳສັ່ງແນະນຳ ສະບັບ ເລກທີ: 155/ສສກ, ລົງວັນທີ: 31/ມັງກອນ/2013 ຢ່າງເຂັ້ມງວດ.
ປະຈຸບັນໄດ້ຍົກ ວິທະຍາໄລ ຂຶ້ນເປັນ ສະຖາບັນ ແລະ ໄດ້ຈັດຕັ້ງສືບຕໍ່ດໍາເນີນການຮຽນ-ການສອນ ລະດັບປະລິນຍາຕີ, ຕໍ່ເນື່ອງປະລິນຍາຕີ ແລະ ຊັ້ນສູງ.
ປະລິນຍາຕີ ມີ 4 ສາຂາວິຊາຄື:
- ສາຂາວິຊາ ການບໍລິຫານທຸລະກິດທົ່ວໄປ
- ສາຂາວິຊາ ການເງິນ-ການທະນາຄານ
- ສາຂາວິຊາ ການຕະຫລາດ
- ສາຂາວິຊາ ພາສາອັງກິດທຸລະກິດ
ຕໍ່ເນື່ອງປະລິນຍາຕີ ມີ 3 ສາຂາວິຊາຄື:
- ສາຂາວິຊາ ການບໍລິຫານທຸລະກິດທົ່ວໄປ
- ສາຂາວິຊາ ການເງິນ-ການທະນາຄານ
- ສາຂາວິຊາ ພາສາອັງກິດທຸລະກິດ
ຊັ້ນສູງ ມີ 4 ສາຂາວິຊາຄື:
- ສາຂາວິຊາ ການບໍລິຫານທຸລະກິດທົ່ວໄປ
- ສາຂາວິຊາ ການເງິນ-ການທະນາຄານ
- ສາຂາວິຊາ ການຕະຫລາດ
- ສາຂາວິຊາ ພາສາອັງກິດທຸລະກິດ
ນອກຈາກນັ້ນ ທາງສະຖາບັນ ຣັຕນະບໍລິຫານທຸລະກິດ ຍັງໄດ້ເປີດສອນຫລັກສູດອາຊີວະສຶກສາຊັ້ນຕົ້ນ, ຊັ້ນກາງ ແລະ ຝຶກອົບຮົມໄລຍະສັ້ນຄຽງຄູ່ໄປອີກດ້ວຍ. ໂດຍຜ່ານໄລຍະຈັດຕັ້ງການຮຽນ-ການສອນ, ສະຖາບັນ ໄດ້ມີການພັດທະນາປັບປຸງຖອດຖອນບົດຮຽນ ຈາກປະສົບການທີ່ຜ່ານມາ ເປັນແຕ່ລະໄລຍະ ແລະ ມີຄວາມຈະເລີນກ້າວຫນ້າເປັນກ້າວໆມາ.
ສະຖາບັນ ຣັຕນະບໍລິຫານທຸລະກິດ ຍັງໄດ້ເປີດສາຂາຢູ່ຕ່າງແຂວງເຊັ່ນ: ແຂວງອຸດົມໄຊ, ເມືອງປາກລາຍ ແຂວງໄຊຍະບູລີ ແລະ ວິທະຍາໄລເຂດອີ່ໄລ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ນອກຈາກວຽກງານການສຶກສາ ເພື່ອກໍ່ສ້າງຊັບພະຍາກອນມະນຸດ ແກ່ສັງຄົມ, ສະຖາບັນ ຣັຕນະບໍລິຫານທຸລະກິດ ກໍ່ແມ່ນສະຖາບັນການສຶກສາພາກເອກະຊົນແຫ່ງຫນຶ່ງ ທີ່ມີຫນ້າທີ່ປະກອບສ່ວນອັນສໍາຄັນ ໃນວຽກງານການຈັດຕັ້ງປະຕິບັດການເຄື່ອນໄຫວກິດຈະກຳຕ່າງໆຂອງພາກລັດ ຕາມແຜນພັດທະນາທາງດ້ານການສຶກສາຂອງຊາດ ພາຍໃຕ້ການຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ ກໍ່ຄື ພັກລັດຖະບານ ເພື່ອຊ່ວຍກໍ່ສ້າງບຸກຄະລາກອນ ແລະ ນັກວິຊາການທີ່ມີຄຸນນະພາບ ໃຫ້ແກ່ສັງຄົມ. ເລີ່ມຕົ້ນ ຕັ້ງແຕ່ປີ 1974 ເປັນຕົ້ນມາ ນັບເປັນເວລາ 40 ກວ່າປີ ໃນໄລຍະທີ່ຜ່ານມາມີນັກສຶກສາຂອງສະຖາບັນທີ່ຮຽນຈົບແຕ່ລະລຸ້ນ, ແຕ່ລະຂະແຫນງການຮຽນໃນລະດັບຊັ້ນຕ່າງໆ ເຊັ່ນ: ການຝຶກອົບຮົມໄລຍະສັ້ນ, ລະດັບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະ ລະດັບປະລິນຍາໂທ ອອກໄປປະກອບສ່ວນໃນອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນເປັນຈຳນວນຫລາຍຫມື່ນຄົນ. ນັກສຶກສາທີ່ຮຽນຈົບອອກໄປທຸກຄົນໄດ້ມີວຽກເຮັດງານທໍາ ມີຄວາມຈະເລີນກ້າວຫນ້າໃນຫນ້າທີ່ວຽກງານ ຈໍານວນທີ່ໄດ້ດໍາເນີນທຸລະກິດກໍ່ປະສົບຜົນສໍາເລັດໄດ້ເປັນຢ່າງດີ ແລະ ມີນັກສຶກສາຈໍານວນຫລາຍກໍ່ໄດ້ໄປສຶກສາຕໍ່ຍົກລະດັບໃຫ້ສູງຂຶ້ນຢູ່ຕ່າງປະເທດ. ນອກຈາກການຮຽນ-ການສອນ ຕາມຫລັກສູດແລ້ວ ທາງ ສະຖາບັນ ຣັຕນະບໍລິຫານທຸລະກິດ ຍັງໄດ້ນໍາພານັກສຶກສາເຄື່ອນໄຫວກິດຈະກໍານອກຫລັກສູດ ເພື່ອຊ່ວຍເຫລືອສັງຄົມເຊັ່ນ:

- ເຕົ້າໂຮມວັດຖຸສິ່ງຂອງໄປຊ່ວຍເຫລືອເດັກນ້ອຍນັກຮຽນດ້ອຍໂອກາດ
- ຊ່ວຍເຫລືອໂຮງຮຽນທີ່ຂາດເຂີນ
- ຊ່ວຍເຫລືອປະຊາຊົນທີ່ທຸກຍາກຂາດເຂີນ
- ຊ່ວຍເຫລືອອ້າຍນ້ອງທະຫານທີ່ຢູ່ທ້ອງຖິ່ນ ແລະ ຊ່ວຍເຫລືອສັງຄົມຢູ່ໃນນະ ຄອນຫລວງວຽງຈັນ ທາງດ້ານໄພທໍາມະຊາດເຊັ່ນ: ໄພນໍ້າຖ້ວມ ຫລື ໄຟໄຫມ້ຕ່າງໆ.
- ໄດ້ນໍາພານັກສຶກສາອອກໄປທັດສະນະສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງ ເງື່ອນໄຂ ແລະ ເປີດໂອກາດໃຫ້ນັກຮຽນໄດ້ໄປສຶກສາ ແລະ ຖອດຖອນບົດຮຽນກັບບໍລິ ສັດຊັ້ນນໍາທີ່ປະສົບຜົນສໍາເລັດທາງດ້ານທຸລະກິດ ເພື່ອສ້າງວິໄສທັດ ແລະ ຄວາມຄິດ ທາງກວ້າງ ແລະ ທາງເລີກ ໃຫ້ແກ່ນັກສຶກທີ່ຕ້ອງໄດ້ຮຽນຮູ້ພາກປະຕິບັດຕົວຈິງ ປະກອບໃສ່ກັບພາກທິດສະດີ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ວິຊາສະເພາະຕຽມປະກອບສ່ວນເຂົ້າ ໃນການຂະຫຍາຍຕົວທາງດ້ານເສດຖະກິດຕາມທິດທາງ ແລະ ນະໂຍບາຍຂອງລັດຖະບານ ສປປ ລາວ ໂດຍສະເພາະການເຂົ້າເປັນປະຊາຄົມອາຊຽນຂອງປະເທດເຮົາ ແລະ ການກໍ່ສ້າງເຂດເສດຖະກິດພິເສດຢູ່ໃນ ສປປ ລາວ ພາຍໃຕ້ຄໍາຂວັນຂອງສະຖາບັນ: ຄວາມຮູ້ ຄູ່ຄວາມດີ ມີສິນທໍາປະຈໍາໃຈ ນໍາໃຊ້ໃຫ້ເປັນປະໂຫຍດແກ່ສັງຄົມ.