ວັນທີ 18-20 ກັນຍາ 2019 ຄູ-ອາຈານຈາກສະຖາບັນ ຣັຕນະ ບໍລິຫານທຸລະກິດໄດ້ໄປຮ່ວມງານວາງສະແດງການສຶກສາວິຊາຊີບ ຈີນ-ອາຊຽນ ຄັ້ງທີ່ 12 ແລະ ຍັງໄດ້ຕາງໜ້າ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຮ່ວມເຊັນ MOU ກັບ ວິທະຍາໄລ ການສຶກສາວິຊາຊີບກວາງຊີ ເພື່ອຈັດການຝຶກອົບໂຮມກ່ຽວກັບການຄ້າທາງອີເລັກໂທນິກ ໃນນັ້ນທາງ ວິທະຍາໄລການສຶກສາວິຊາຊີບຍັງໄດ້ຮັບຮອງເອົານັກສຶກສາຈາກ ສະຖາບັນ ຣັຕນະ ບໍລິຫານທຸລະກິດເຂົ້າຮ່ວມຝຶກອົບໂຮມເປັນເວລາ 2 ເດືອນອີກດ້ວຍ.
