ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ນັກສຶກສາສາຍການຕະຫຼາດ ໄດ້ຈັດກິດຈະກຳຮັບນ້ອງໃໝ່

ໃນວັນທີ 28 ທັນວາ 2018 ທີ່ຜ່ານມາ ນັກສຶກສາສາຍການຕະຫຼາດ ໄດ້ຈັດກິດຈະກຳຮັບນ້ອງໃໝ່ ເພື່ອເປັນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019 ທີ່ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໃນກິດຈະກຳດັ່ງກ່າວແມ່ນມີການຫຼີ້ນເກມ, ປະກວດດາວ-ເດືອນ ຈັດພາເຂົ້າສາມັກຄີ ແລະ ອີກຫຼາຍໆກິດຈະກຳ ໃນປີນີ້ການປະກວດເອົາຕຳແໜ່ງດາວ-ເດືອນ ເພື່ອເປັນຕົວແທນນັກສຶກສາຈັດກິດຈະກຳນຳພານັກສຶກສາຈັດກິດຈະກຳຕ່າງໆ ຕຳແໜ່ງດາວ ແລະ Popular Vote ແມ່ນ ນາງ ແກ້ວຕາ ພອນປະເສີດ ປີ 1 ຫ້ອງ C32 ພາກເຊົ້າ ສາຍບໍລິຫານທຸລະກິດ ຕຳແໜ່ງເດືອນແມ່ນ ທ້າວ ເກດສະໜາ ເກດນຸລັກ ປີ 3 ຫ້ອງ A22 ພາກເຊົ້າ ສາຍການຕະຫຼາດ ແລະ ຕຳແໜ່ງດາວລ້ອມເດືອນແມ່ນ ທ້າວ ແພງປະດິດ ອິນນາມວົງ ປີ 3 ຫ້ອງ C24 ພາກເຊົ້າ ສາຍບໍລິຫານ-ການຈັດການ (ພາບບັນຍາກາດໃນມື້ ວັນທີ 28 ທັນວາ 2018)

ເບິງຮູບເພີ່ມຕື່ມ