ເພື່ອຕ້ອນຮັບວັນທີ່ 01 ມິຖຸນາ 2016 ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄະນະອາຈານ ພະນັກງານ ແລະ ນັກສຶກສາ ວິທະຍາໄລ ຣັຕນະບໍລິຫານທຸລະກິດ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການສຶກສາ ແລະ ຊ່ວຍສ້າງຮົ້ວໂຮງຮຽນ ໃຫ້ແກ່ ໂຮງຮຽນປະຖົມສົມບູນ ບ້ານນາຫວ້າ ເມືອງທຸລະຄົມ ແຂວງວຽງຈັນ ວັນທີ 20 ພຶດສະພາ 2016 ທີ່ຜ່ານມາ ລວມມູນຄ່າ 15,894,000 ກີບ ໃນນັ້ນມີ ຫຼັກຮົ້ວເບຕົງ, ຕາໜ່າງເຫຼັກ, ເຄື່ອງຫຼີ້ນກິລາ, ຊຸດກິລາ, ອຸປະກອນການສຶກສາ, ເຄື່ອງຫຼີ້ນສຳລັບນ້ອງນ້ອຍອານຸບານ.