Posted in ຂ່າວສານ ໃນວັນທີ 21 ກັນຍາ 2020 ຜ່ານມານີ້ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຮ່ວມກັບ ກົມບັນຊີ ກະຊວງການເງີນ ຈັດຕັ້ງກອງປະຊຸມປືກສາຫາລື ແລະ ຮ່ວມມື ຈັດຕັ້ງໂຄງການຝືກອົບຮົມວິຊາການໃນຫົວຂໍ້ “ການບັນຊີວິສາຫະກິດລະບົບປັບປຸງປີ 2020” ຢູ່ຫ້ອງປະຊຸມໃຫ່ຍຂອງສະຖາບັນ. ຈຸດປະສົງ ກໍເພື່ອຍົກສູງລະດັບຄວາມຮູ້ຂອງ ຄູ-ອາຈານ ດ້ານວິຊາການບັນຊີວິສາຫະກິດ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ຄູ-ອາຈານ ພາກວິຊາການບັນຊີວິສາຫະກິດໄດ້ຮຽນຮູ້ກ່ຽວກັບບັນຊີວິສາຫະກິດລະບົບປັບປຸງປີ 2020, ທີ່ກົມບັນຊີ ກະຊວງການເງີນ ວາງອອກ, ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ໂຄງການຝືກອົບຮົມດ້ານວິຊາການຫົວຂໍ້ “ການບັນຊີວິສາຫະກິດລະບົບປັບປຸງປີ 2020” ນີ້, ກົມບັນຊີ ກະຊວງການເງີນ ໄດ້ນໍາເອົານັກວິທະຍາກອນ ຜູ້ມີຄວາມຮູ້ ຄວາມສາມາດ ມີປະສົບການສູງດ້ານການບັນຊີວິສາຫະກິດຢູ່ກົມບັນຊີ ກະຊວງການເງີນ ຈໍານວນ 4 ທ່ານ, ນໍາສະເໜີບົດຮຽນດ້ານການບັນຊີວິສາຫະກິດລະບົບປັບປຸງປີ 2020 ໃຫ້ແກ່ນັກສໍາມະນາກອນ ກໍຄືຄູອາຈານຈໍານວນ 13 ທ່ານ, ເປັນກຽດເຂົ້າຮ່ວມມີ: ທ່ານ ປະລີນຍາເອກ ສົມເພັດ ຣັຕນະສີມ ປະທານອໍານວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມບັນຊີ ກະຊວງການເງີນ, ພ້ອມຄະນະ ແລະ ນັກວິຊາການ ທ່ານ ປະລີນຍາເອກ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມີ ທ່ານຮອງຜູ້ອໍານວຍການ ແລະ ຄະນະອາຈານເຂົ້າຮ່ວມ. ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມບັນຊີ ກະຊວງການເງີນ ເປັນກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ກໍຄືຄູອາຈານ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈໍານວນ 13 ທ່ານ.