ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ສາຂາ ການທ່ອງທ່ຽວ

ຄວາມໝາຍ ແລະ ຄວາມສຳຄັນ

ເປັນການເດີນທາງເພື່ອຜ່ອນຄາຍຄວາມເຄັ່ງຕຶງ, ພັກຜ່ອນຢ່ອນອາລົມ, ສະແຫວງຫາປະສົບການໃໝ່ໆ, ໂດຍຜູ້ທ່ອງທ່ຽວມີເຫດຜົນ ແລະ ຈຸດປະສົງແຕກຕ່າງກັນອອກໄປ, ເຊິ່ງປັດໄຈທີ່ໃຊ້ປະອບໃນການທ່ອງທ່ຽວມີ : ລາຍໄດ້, ເວລາ, ໂອກາດ, ການໄດ້ຮັບຂໍ້ມູນຂ່າວສານ ໂດຍມີເງື່ອນໄຂວ່າ ການເດີນທາງນັ້ນເປັນການຊົ່ວຄາວ ດ້ວຍຄວາມສະໝັກໃຈ.

ຄວາມສຳຄັນ

1.   ຕໍ່ລະບົບເສດຖະກິດ : ສ້າງລາຍຮັບໃຫ້ແກ່ພາກສ່ວນຕ່າງໆ

2.   ຕໍ່ສັງຄົມ : ສືບສານ, ອະນຸລັກ ປະເພນີ, ວັດທະນະທໍາອັນດີງາມຂອງຊາດ

3.   ຕໍ່ການສຶກສາ : ເປັນແຫຼ່ງຂໍ້ມູນໃນການສຶກສາຄົນຄ້ວາ ແບບປະຈັກຕາ

4.   ຕໍ່ການພັດທະນາອົງກອນ : ສ້າງຄວາມໃກ້ຊິດ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ກໍາລັງໃຈໃນການເຮັດວຽກ

ໜ້າທີ່

1.   ສ້າງລາຍຮັບເຂົ້າປະເທດ, ສັງຄົມ, ຊຸມຊົນ, ອົງກອນ, ຄອບຄົວ ແລະ ບຸກຄົນ

2.   ໂຄສະນາປະຊາສໍາພັນ ຂໍ້ມູນຂ່າວສານຂອງປະເທດ ສູ່ໂລກພາຍນອກ

3.   ປະກອບກັບວຽກງານການພັດທະນາສັງຄົມ ແລະ ມະນຸດ

4.   ຮັກສາໄດ້ຮີດຄອງປະເພນີ, ວັດທະນະທໍາ, ຮ່ອງຮອຍປະຫວັດສາດ

5.   ອະນຸລັກຮັກສາສິ່ງແວດລ້ອມ

ຮຽນແລ້ວໄດ້ຫຍັງ ?

1.   ຮຽນຮູ້ຫຼັກການໃນການບໍລິຫານຈັດການລະບົບການທ່ອງທ່ຽວ

2.   ຂໍ້ມູນຂ່າວສານການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

ຈົບແລ້ວເຮັດວຽກຫຍັງໄດ້ແດ່ ?

1.   ສ້າງຕັ້ງທຸລະກິດຂອງຕົວເອງດ້ານການນໍາທ່ຽວ

2.   ພະນັກງານບໍລິການສາຍການບິນທັງພາກພື້ນ ແລະ ເທິງເຮືອບິນ

3.   ພະນັກງານໃນທຸລະກິດການທ່ອງທ່ຽວ

4.   ພະນັກງານນໍາທ່ຽວທັງພາຍໃນ ແລະ ຕ່າງປະເທດ

5.   ວຽກງານທີ່ກ່ຽວຂ້ອງກັບການທ່ອງທ່ຽວ ແລະ ສາຍການບິນ

6.   ພະນັກງານປະຊາສໍາພັນ

ຜູ້ທີ່ເໝາະສົມກັບສາຂານີ້ !!!

1.   ມັກ ແລະ ຮັກ ການນໍາທ່ຽວ, ການທ່ອງທ່ຽວ

2.   ໄດ້ພາສາອັງກິດ

3.   ມັກພັດທະນາຕົນເອງ

4.   ມັກການເດີນທາງ

5.   ມີວາທະສິນໃນການເວົ້າ ແລະ ນໍາສະເໜີ