ຄວາມໝາຍ ແລະ ຄວາມສຳຄັນ
ການເຮັດໃຫ້ກຸ່ມບຸກຄົນເຂົ້າມາເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ບັນລຸວັດຖຸປະສົງຂອງອົງກອນ ໂດຍນໍາໃຊ້ຊັບພະຍາກອນ ຂອງ ອົງກອນທີມີຢູ່ຢ່າງຈໍາກັດ ເຊິ່ງປະກອບດ້ວຍ: ການວາງແຜນ, ການບໍລິຫານ, ການຈັດການ, ການສັ່ງການ, ການຕິດຕາມ, ການຄວບຄຸມ ແລະ ການປະເມີນຜົນ.
ໃນປະຈຸບັນ ສະພາບແວດລ້ອມທັງມະຫາພາກ ແລະ ຈຸລະພາກປ່ຽນແປງໄປຢ່າງໄວວາ ອົງກອນຈຶ່ງຈໍາເປັນຕ້ອງມີການຈັດການທີ່ເຂັ້ມແຂງ ເພື່ອເພີ້ມຜົນຜະລິດ ແລະ ສາມາດແຂ່ງຂັນໄດ້ໃນປະຈຸບັນ ແລະ ອະນາຄົດຢ່າຍືນຍົງ
ໜ້າທີ່
1. ກໍານົດເປົ້າໝາຍ ແລະ ທິດທາງຂອງອົງກອນ
2. ແຈກແຈງໜ້າທີ່ສໍາລັບສະມາຊິກແຕ່ລະຄົນ
3. ສ້າງແຮງຈູງໃຈ
4. ປະເມີນປະສິດທິພາບຂອງການເຮັດວຽກ
5. ເຝິກອົບຮົມ, ດູແລ, ພັດທະນາ, ຕໍ່ຍອດ
ຮຽນແລ້ວໄດ້ຫຍັງ ?
1. ການຕັດສິນໃຈທີ່ແໝ້ນຢໍາ
2. ທັກສະໃນການສື່ສານກັບກຸ່ມຄົນໃນລະດັບຕ່າງໆ
3. ຄວາມສາມາດຮອບດ້ານ
ຈົບແລ້ວເຮັດວຽກຫຍັງໄດ້ແດ່ ?
1. ສ້າງທຸລະກິດຂອງຕົວເອງ
2. ເປັນຜູ້ບໍລິຫານໃນອົງກອນຕ່າງໆ
3. ເປັນພະນັກງານບໍລິຫານໃນອົງກອນ
4. ເປັນຄູສອນສາຍບໍລິຫານ ແລະ ການຈັດການ
ຜູ້ທີ່ເໝາະສົມກັບສາຂານີ້ !!!
1. ສ້າງທຸລະກິດຂອງຕົວເອງ
2. ເປັນຜູ້ບໍລິຫານໃນອົງກອນຕ່າງໆ
3. ເປັນພະນັກງານບໍລິຫານໃນອົງກອນ
4. ເປັນຄູສອນສາຍບໍລິຫານ ແລະ ການຈັດການ
5. ມີພາວະຜູ້ນໍາ
6. ມີຄວາມຮັບຜິດຊອບສູງ
7. ເສຍສະລະ
8. ມີຈິດສາທາລະນະ
9. ເນັ້ນທີ່ຜົນສໍາເລັດຂອງທິມງານ ບໍ່ແມ່ນສ່ວນຕົວ
10. ມີຄວາມລະອຽດອ່ອນ