ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ສາຂາ ການເງີນ-ການທະນາຄານ

ຄວາມໝາຍ ແລະ ຄວາມສຳຄັນ

ການບໍລິຫານ-ຈັດການຊັບພະຍາກອນທາງການເງິນ ຫຼື ຊັບສິນຂອງອົງກອນທີ່ມີຢູ່ຢ່າງຈໍາກັດໃຫ້ມີສະພາບຄ່ອງ, ເກີດດອກອອກຜົນ, ຈະເລີນເຕີບໂຕ, ຂະຫຍາຍກິດຈະການ, ຄຸ້ມຄ່າໃນການລົງທຶນ, ມີກໍາໄລ, ບັນລຸວັດຖຸປະສົງ ແລະ ເປົ້າໝາຍລວມຂອງອົງກອນ.

ເປັນໝາກຫົວໃຈຂອງທຸລະກິດ ໃນການດໍາເນີນງານ ທັງວຽກງານຫຼັກຂອງທຸລະກິດເປັນກຸນແຈຂອງຜູ້ບໍລິຫານ ຫຼື ເຈົ້າຂອງກິດຈະການ ທີ່ຈະສ້າງຜົນປະໂຫຍດຈາກການລົງທຶນ ໃນຮູບອບບຂອງຜົນຕອບແທນກໍາໄລ ຫຼື ເງິນປັນຜົນ ເປັນຕົ້ນ

ໜ້າທີ່

1.   ພະຍາກອນ ແລະ ວາງແຜນທາງການເງິນ

2.   ຕັດສິນໃຈໃນການລົງທຶນ ແລະ ຈັດຫາທຶນ

3.   ປະສານງານ ແລະ ຄວບຄຸມທາງການເງິນ

4.   ເປັນຕົວແທນອົງກອນໃນການຕິດຕໍ່ກັບຕະຫຼາດເງິນ ແລະ ຕະຫຼາດທຶນ

5.   ບໍລິຫານຄວາມສ່ຽງທາງການເງິນ

ຮຽນແລ້ວໄດ້ຫຍັງ ?

1.   ຫຼັກການທາງການເງິນ

2.   ສາມາດວາງແຜນການ ການເງິນ

3.   ສາມາດວິເຄາະງົບການເງິນ

4.   ສາມາດປະເມີນຜົນ, ພະຍາກອນຄວາມສ່ຽງໃນການລົງທຶນທາງການເງິນຂອງອົງກອນ

ຈົບແລ້ວເຮັດວຽກຫຍັງໄດ້ແດ່ ?

1.   ສ້າງທຸລະກິດຂອງຕົວເອງ

2.   ເປັນຜູ້ບໍລິຫານທາງການເງິນ ແລະ ການບັນຊີ ໃນອົງກອນ

3.   ເປັນພະນັກງານການເງິນ ແລະ ການບັນຊີຂອງອົງກອນ

4.   ເປັນວິຊາການວິເຄາະຫຼັກຊັບເງິນໃນຕະຫຼາດຫຼັກຊັບ

5.   ເປັນຄູສອນສາຍການເງິນ, ການທະນາຄານ, ການບັນຊີ

ຜູ້ທີ່ເໝາະສົມກັບສາຂານີ້ !!!

1.   ມີຄວາມຊື່ສັດ ສຸກຈະລິດ

2.   ລະອຽດອ່ອນ ແລະ ມີລະບຽບວິໄນ

3.   ຮຽນຮູ້ໄດ້ໄວ ມີຄວາມຢືດຢຸ່ນໃນການເຮັດວຽກ

4.   ມີມະນຸດສໍາພັນດີ, ສາມາດເຮັດວຽກເປັນທິມ

5.   ມີທັກສະດ້ານການຄິດໄລ່, ຄອມພິວເຕີ, ພາສາອັງກິດ