ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ກອງປະຊຸມສະຫຼຸບພາກຮຽນ II ສົກ 2019-2020 ແລະ ກຽມເປີດການຮຽນ-ການສອນສົກ 2020-2021

ໃນວັນທີ 31 ສີງຫາ 2020, ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດຕັ້ງກອງປະຊຸມສະຫຼຸບພາກຮຽນ II ສົກ 2019-2020 ແລະ ກຽມເປີດການຮຽນ-ການສອນສົກ 2020-2021 ເພື່ອກຽມຄວາມພ້ອມຈັດຕັ້ງປະຕິບັດການຮຽນ-ການສອນໃນສົກ 2020-2021 ຂື້ນ, ທີ່ຫ້ອງປະຊຸມຂອງສະຖາບັນ.
ຈຸດປະສົງກໍເພື່ອຕີລາຄາການຈັດຕັ້ງການຮຽນການສອນໃນສົກຮຽນທີ່ຜ່ານມາ ແລະ ກະກຽມວາງແຜນຈັດຕັ້ງປະຕິບັດໃນສົກຮຽນໃໝ່ທີ່ຈະເປີດໃນ 01 ກັນຍາ 2020 ນີ້, ກອງປະຊຸມດັ່ງກ່າວໄດ້ເວົ້າເຖິງ ການປະເມີນມາດຕະຖານຄຸນນະພາບການສີດສອນ, ປະເມີນຄວາມຮັບຮູ້ຂອງນັກສືກສາ, ສໍາຫລວດກວດກາຕໍານິກໍ່ສ້າງຊ່ວຍເຫລືອຊື່ງກັນ ແລະ ກັນ ຂອງຄະນະຄູອາຈານ ແລະ ວຽກງານອື່ນໆທີ່ປີ່ນອ້ອມສະຖາບັນ.
 ເປັນກຽດເຂົ້າຮ່ວມມີ:
ທ່ານປະລີນຍາເອກ ສົມເພັດ ຣັຕນະສິມ ປະທານ ສະຖາບັນ ຣັຕນະ ບໍລິຫານທຸລະກິດ.
ທ່ານປະລີນຍາເອກ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນ  ຣັຕນະບໍລິຫານທຸລະກິດ.
ມີ ທ່ານຮອງຜູ້ອໍານວຍການ, ຄະນະປະທານ, ຄະນະຄູ-ອາຈານ ແຕ່ລະສາຂາວິຊາ ເຂົ້າຮ່ວມ.