ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ການຈັດສຳມະນາ ກ່ຽວກັບກົດຈະລາຈອນ ແລະ ຜົນຮ້າຍຂອງອຸບັດຕິເຫດໃຫ້ກັບນັກສຶກສາ ສະຖາບັນ ຣັຕນະ ບໍລິຫານທຸລະກິດ

ວັນທີ 04 ເມສາ 2019 ເວລາປະມານ 08:30 ໂມງ ໄດ້ມີການຈັດສຳມະນາ ກ່ຽວກັບກົດຈະລາຈອນ ແລະ ຜົນຮ້າຍຂອງອຸບັດຕິເຫດໃຫ້ກັບນັກສຶກສາ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈຳນວນ 300 ກວ່ານ້ອງທີ່ເຂົ້າຮັບຟັງ ທີ່ Hall C ຊັ້ນ 5 ຂອງສະຖາບັນ ໂດຍການສຳມະນາຈາກ ສາມພາກສ່ວນ ມີ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ, ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງ, ໂຮງໝໍມິດຕະພາບ ເພື່ອເປັນການເພີ່ມຄວາມລະມັດລະວັງໃນການສັນຈອນຕາມທ້ອງຖະໜົນ ແລະ ເພື່ມຄວາມລະມັດລະວັງຕື່ມໃນວັນບຸນປີໃໝ່ລາວທີ່ໃກ້ຈະມາຮອດມາເຖີງນີ້.