ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ພິທີສະຫລຸບ ການຈັດຕັ້ງການຮຽນການ-ສອນ ປະຈຳສົກສຶກສາ 2018-2019

ໃນວັນທີ 21 ທັນວາ 2019 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດ ພິທີສະຫລຸບ ການຈັດຕັ້ງການຮຽນການ-ສອນ ປະຈຳສົກສຶກສາ 2018-2019 ແລະ ທິດທາງແຜນການ ປະຈຳສົກສຶກສາ 2019-2020 ຂື້ນທີ່ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຊັ້ນ 5 Hall C ເປັນກຽດເຂົ້າຮ່ວມມີ ທ່ານ ລີຕູ້ ບົວປາວ ອະດິດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາສະຖາບັນຣັຕນະ ບໍລິຫານທຸລະກິດ ທ່ານ ຄຳພອນ ໄຊຊົມພູ ຫົວໜ້າຫ້ອງການສົ່ງເສີມການສຶກສາເອກະຊົນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະພາບໍລິຫານສະຖາບັນ ຣັຕນະ ບໍລິຫານທຸລະກິດ ພ້ອມຄະນະອຳນວຍການ, ຄູ-ອາຈານ, ນັກສຶກສາທີ່ສຳເລັດການສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວໄດ້ມອບໃບຍ້ອງຍໍໃຫ້ກັບ ປະທານ, ຄະນະປະທານ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາທີ່ມີຜົນງານດີເດັ່ນດ້ານການຮຽນ, ນັກສຶກສາທີ່ມີຜົນງານດີເດັ່ນດ້ານກິດຈະກຳ.

ເບິ່ງຮູບເພີ່ມຕື່ມ