ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໄດ້ເປີດພິທີຍົກວິທະຍາໄລ ຂຶ້ນເປັນສະຖາບັນ

ຕອນບ່າຍວັນສຸກ ວັນທີ 01 ມີນາ 2019 ທີ່ຜ່ານມາ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໄດ້ເປີດພິທີຍົກວິທະຍາໄລ ຂຶ້ນເປັນສະຖາບັນ ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ Hall C ຊັ້ນ 5 ຂອງສະຖາບັນ ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີ ທ່ານ ຮອງຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຮອງຫົວໜ້າກົມການສຶກສາຊັ້ນສູງ, ຮອງຫົວໜ້າກົມກວດກາ, ຫົວໜ້າກົມອະຊີວະ, ຫົວໜ້າຫ້ອງການສົ່ງເສີມການສຶກສາເອກະຊົນ, ປະທານສະມາຄົມການສຶກສາເອກະຊົນ, ຫົວໜ້າພະແນກສຶກສານະຄອນຫລວງ, ຫ້ອງການສັງລວມ ມະຫາວິທະຍາໄລ, ຫົວໜ້າຫ້ອງການສະພາການສຶກສາຊັ້ນສູງແຫ່ງຊາດ, ບັນດາວິທະຍາໄລພາກລັດ ແລະ ເອກະຊົນອ້ອມຂ້າງເຂົ້າຮ່ວມ ດັ່ງນັ້ນນັບຕັ້ງແຕ່ເວລານີ້ເປັນຕົ້ນໄປ ສະຖາບັນ ຣັຕນະບໍລິຫານທຸລະກິດຈະເປີດຮັບນັກສຶກສາທີ່ຢາກສຶກສາປະລີນຍາຕີ ໃນສາຂາຕ່າງໆ ຂອງທາງສະຖາບັນ ຣັຕນະບໍລິຫານທຸລະກິດ.

ພິທີຍົກວິທະຍາໄລຂຶ້ນເປັນສະຖາບັນ

ເບິ່ງຮູບເພີ່ມຕື່ມ