ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

ສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2020 ຄົບຮອບ 26 ປີ

ເພື່ອຫວນລະນືກຄືນເຖີງມູນເຊື້ອພິລາດອາດຫານ, ຫວນຄືນເຖີງບຸນຄຸນ, ຄຸນງາມຄວາມດີຂອງຄູອາຈານ ທີ່ໄດ້ເສັຍສະຫລະ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຖ່າຍທອດຄວາມຮູ້ວິຊາການຕ່າງໆໃຫ້ແກ່ລູກສິດຢ່າງບໍ່ຮູ້ອິດເມື່ອຍ, ເພື່ອກໍ່ສ້າງຊັບພະຍາກອນມະນຸດ ກໍ່ສ້າງບຸກຄະລາກອນ ນັກວິຊາການ ວິຊາຊີບ ໃຫ້ແກ່ການສ້າງສາພັດທະນາເສດຖະກິດສັງຄົມຂອງຊາດ.
ຄໍາວ່າ “ຄູ” ໝາຍເຖີງຜູ້ມີຄວາມຮູ້ຄວາມສາມາດ, ມີປະສົບການສູງ, ສາມາດຖ່າຍທອດຄວາມຮູ້ນັ້ນໆໄປສູ່ຜູ້ອື່ນໄດ້ດ້ວຍຮູບການທີ່ເອີ້ນກັນວ່າ: ການຮຽນ-ການສອນ.
“ຄູ” ມີບົດບາດສໍາຄັນໃນຂະບວນການປ່ຽນແປງ, ນັບທັງໃນອະດີດຈົນເຖີງປະຈຸບັນ.
“ຄູ” ໝາຍເຖີງຜູ້ມີບົດບາດສໍາຄັນໃນການສ້າງອານາຄົດໃຫ້ຄົນແຕ່ລະຮຸ່ນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນ ຮຸ່ງເຮືອງ, ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພີມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ.
ດັ່ງນັ້ນ ທຸກຄົນຈື່ງບໍ່ອາດຫລົງລືມບັນດາຄູ-ອາຈານເຫລົ່ານັ້ນ ແລະ ບໍ່ອາດຫລົງລືມວັນທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງຊາດ ນັ້ນກໍຄືວັນທີ 7 ຕຸລາວັນຄູແຫ່ງຊາດ, ສໍາລັບປີ 2020 ນີ້ກໍ ໄດ້ໝູນວຽນມາບັນຈົບຄົບຮອບ 26 ປີພໍດີ.
ໃນວັນທີ 6 ຕຸລາ 2020 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດຕັ້ງການສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ 2020 ຄົບຮອບ 26 ປີຂື້ນ, ທີ່ສະໂມສອນໃຫ່ຍຂອງສະຖາບັນດ້ວຍບັນຍາກາດເບີກບານມ່ວນຊື່ນ.
ເປັນກຽດເຂົ້າຮ່ວມມີ:
ທ່ານ ປະລີນຍາເອກ ສົມເພັດ ຣັຕນະສີມ ປະທານອໍານວຍການສະຖາບັນຮັຕນະບໍລິຫານທຸລະກິດ.
ທ່ານ ປະລີນຍາເອກ ບຸນເທືອງ ມູນລາສີ ຜູ້ອໍານວຍການສະຖາບັນ ຮັຕນະບໍລິຫານທຸລະກິດ.
ມີ ທ່ານ ຮອງຜູ້ອໍານວຍການ, ຄະນະອາຈານ, ພະນັກງານ, ອົງການຈັດຕັ້ງມະຫາຊົນ, ນັກສືກສາ ແລະ ສື່ມວນຊົນ ເຂົ້າຮ່ວມ.

ວິດີໂອການສະແດງແມ່ນລໍຖ້າຕິດຕາມໄດ້ທີ່ ສທລ 3

ອອກອາກາດວັນເສົາ ເວລາ 08:30-09:00 ໂມງ, ວັນອາທິດ ເວລາ 19:15-19:45 ໂມງ