ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao
  • English

ວິທີການລົງທະບຽນ

ມາດຖານຂອງຜູ້ທີ່ຈະເຂົ້າຮຽນ:

  • ຜູ້ສຳເລັດການສຶກສາ ມັດທະຍົມຕອນປາຍ ຫລື ທຽບເທົ່າ
  • ຜູ້ສຳເລັດການສຶກສາ ລະດັບຊັ້ນກາງ ຫລື ຊັ້ນສູງ
  • ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ໃນສາຂາອື່ນໆ
  • ເປັນຜູ້ທີ່ບໍ່ມີພະຍາດຕິດຕໍ່ຮ້າຍແຮງ ແລະ ເປັນອຸປະສັກຕໍ່ການສຶກສາ
  • ເປັນຜູ້ທີ່ບໍ່ມີຄະດີອາຍາ ຫລື ກະທຳຜິດຕໍ່ກົດໝາຍບ້ານເມືອງ
  • ເປັນຜູ້ທີ່ບໍ່ຖືກໄລ່ອອກຈາກສະຖານບັນການສຶກສາ

ເອກະສານປະກອບເຂົ້າຮຽນ:

  • ໃບຄຳຮ້ອງ ຂອງ ສະຖາບັນ ຣັຕນະບໍລິຫານທຸລະກິດ ກຳນົດໃຫ້
  • ສຳເນົາໃບຢັ້ງຢືນ ຈົບການສຶກສາ ມັດທະຍົມຕອນປາຍ ຫລື ທຽບເທົ່າ
  • ສຳເນົາໃບຄະແນນ ທີ່ຮຽນຈົບ ມັດທະຍົມຕອນປາຍ ຫລື ທຽບເທົ່າ
  • ໃບຢັ້ງຢືນທີ່ຢູ່ ຫຼື ສຳມະໂນຄົວ
  • ຮູບຖ່າຍ ປະກອບເອກະສານ ຂະໜາດ (3×4) ຈຳນວນ 3 ໃບ

ເງື່ອນໄຂໃນການສອບເສັງທຽບ ປີ 2 ແລະ ປີ 3:

ນັກສຶກສາທີ່ຮຽນຈົບການສຶກສາຈາກສະຖາບັນອື່ນໆ:
  • ຈົບຈາກ ວ.ວ.ພ ສາຍສັງຄົມ, ທຳມະຊາດ 2
  • ຈົບຈາກ ອາຊີວະສຶກສາຊັ້ນກາງ ລະບົບ (11 + 3)
  • ຈົບຈາກ ອາຊີວະສຶກສາຊັ້ນສູງ ລະບົບ (11 + 3)
  • ຈົບຈາກ ວິທະຍາໄລຄູ ລະບົບ (11 + 3)
ນັກສຶກສາ ດັ່ງກ່າວ ສາມາດປະກອບເອກະສານເຂົ້າສອບເສັງຢູ່ໃນຫລັກສູດ ປະລິນຍາຕີ ໃນປີ 2 ຫລື ປີ 3, ຊຶ່ງທາງ ສະຖາບັນ ຣັຕນະບໍລິຫານທຸລະກິດ ຈະເບີ່ງຜົນ ແລະ ໃບຄະແນນທີ່ຮຽນຈົບຜ່ານມາ ເປັນຫລັກຖານ, ຖ້າຜ່ານການສອບເສັງ ໄດ້ຄະແນນຕາມລະດັບຄາດໝາຍ ຂອງ ສະຖາບັນກຳນົດເອົາໄວ້ ຈື່ງຈະສາມາດມີສິດເຂົ້າຮຽນໄດ້.