ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao
  • English

ມອບໜ້າກາກອະນາໄມທາງການແພດ, ໜ້າກາກໃສ ໃຫ້ກັບໂຮງໝໍຕ່າງໆ

ຫລັງຈາກໄປມອບໜ້າກາກອະນາໄມທາງການແພດ, ໜ້າກາກໃສ ໃຫ້ກັບໂຮງໝໍຕ່າງໆແລ້ວ ວັນທີ 01 ເມສາ 2020 ທີ່ຜ່ານມາ ກໍ່ໄດ້ສືບຕໍ່ຜະລິດ ແລະ ນຳໄປແຈກຢາຍຕື່ມອີກ
ລວມຍອດການແຈກຢາຍໃນຄັ້ງນີ້ມີ: ໜ້າກາກໃສ Face Shield ຈໍານວນ700 ອັນ, ໜ້າກາກອະນາໄມທາງການແພດ ຈໍານວນ 12 ກ່ອງ ພ້ອມດ້ວຍນໍ້າດື່ມຈໍານວນໜື່ງໂຄງການໄດ້ດຳເນີນມາຕັ້ງແຕ່ວັນຈັນທີ 30 ມີນາ 2020 ຈົນຮອດວັນພຸດທີ 01 ເມສາ 2020 ຖືວ່າສໍາເລັດ ການລົງຊ່ວຍເຫຼືອ ບັນດານັກຮົບເສື້ອຂາວ ແລະ ອາສາກູ້ໄພ, ພວກເຮົາຂໍເປັນສ່ວນໜື່ງໃນສັງຄົມ ໃນການປະກອບສ່ວນ ຄຽງບ່າຄຽງໄຫຼ່ກັບບຸກຄະລາກອນທາງການແພດ ຕາມກຳລັງຄວາມສາມາດ ແລະ ກໍຂໍໃຫ້ທຸກພາກສ່ວນຂອງສັງຄົມ ໄດ້ຮ່ວມແຮງ ຮ່ວມໃຈຕາມຄວາມອາດສາມາດຂອງຕົນເອງ ເຂົ້າໃນການຮັບມື ແລະ ຕ້ານກັບໄພພິບັດຄັ້ງນີ້ ພວກເຮົາຄົນລາວຈະສູ້ໄປດ້ວຍກັນ
ບັນດາສະຖານທີ່ ທີ່ສະຖາບັນໄດ້ໄປບໍລິຈາກເຄື່ອງ :
1. ໂຮງໝໍເມືອງສີສັດຕະນາກ
2. ໂຮງໝໍເມືອງໄຊເສດຖາ
3. ໂຮງໝໍເມືອງໄຊທານີ
4. ໂຮງໝໍເມືອງທຸລະຄົມ
5. ໂຮງໝໍແຂວງວຽງຈັນ
6. ໂຮງໝໍເມືອງແກ້ວອຸດົມ
7. ໜ່ວຍກູ້ໄພ 1624