ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao
  • English

ໂຄງການຝຶກອົບຮົມ ການບໍລິຫານທຸລະກິດ ໃຫ້ແກ່ພະນັກງານ ລັດວິສາຫະກິດນຳ້ປະປາແຂວງ ແລະ ກົມທີ່ກ່ຽວຂ້ອງ ກະຊວງ ຍທຂ

ວັນທີ 26-30 ຕຸລາ 2020 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດໂຄງການຝຶກອົບຮົມ ການບໍລິຫານທຸລະກິດ ໃຫ້ແກ່ພະນັກງານ ລັດວິສາຫະກິດນຳ້ປະປາແຂວງ ແລະ ກົມທີ່ກ່ຽວຂ້ອງ ກະຊວງ ຍທຂ ທີ່ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ເປັນກຽດເຂົ້າຮ່ວມມີ ທ່ານ ຂັນທອນ ວໍຣະຈິດ ຮອງຫົວໜ້າກົມ ກົມນຳ້ປະປາ ພ້ອມດ້ວຍນັກສຳມານາກອນ ຊຶ່ງມີຜູ້ເຂົ້າຝຶກອົບຮົມ ຈຳນວນ 14 ທ່ານ ປະກອບມີ 4 ແຂວງ ມີ ອັດຕະປື, ເຊກອງ, ຫຼວງພະບາງ, ຫົວພັນ. ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມີ ທ່ານ ປອ ສົມເພັດ ຣັຕນະສິມ ປະທານອຳນວນການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ, ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອຳນວນການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ພ້ອມດ້ວຍຄູ-ອາຈານ. ການຝຶກອົບຮົມຄັ້ງນີ້ຜູ້ຝຶກອົບຮົມໄດ້ມີຄວາມເຂົ້າໃຈ, ມີທັກສະ, ມີຄວາມໜັກແໜັນຮູ້ໃນພາລະໜ້າທີ່ຂອງການບໍລິຫານທຸລະກິດໃນອົງກອນ, ສາມາດນຳໄປປັບປຸງໃຊ້ເຂົ້າກັບວຽກຕົວຈິງໄດ້ແທ້ ໃນການບໍລິຫານທຸລະກິດ ແລະ ກໍໄດ້ມອບໃບຍັ້ງຢືນໃຫ້ກັບນັກສຳມະນາກອນທັງ 14 ທ່ານ.
ສະໜັບສະໜູນໂດຍ: ໂຄງການນຳ້ປະປາ ແລະ ສຸຂາພິບານ (ADB Great 0604-Lao)