ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao
  • English

ງານພົບປະອາດິດນັກສຶກສາ ສະຖາບັນ ຣັຕນະ ບໍລິຫານທຸລະກິດ

 ໃນວັນທີ 25 ຕຸລາ 2020 ຜ່ານມານີ້ ອາດິດນັກສຶກສາ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສາຂາວິຊາ ການຕະຫຼາດ ລຸ້ນທີ 2 ສົກຮຽນ 2007-2008 ຈັດງານພົບປະແລກປ່ຽນບົດຮຽນຮ່ວມກັນນຳຄູ-ອາຈານ ສະຖາບັນ ຣັຕນະ ບໍລິຫານທຸລະກິດ

ຈຸດປະສົງກໍເພື່ອເປັນການສ້າງຄວາມສາມັກຄີຮັກແພງ, ຄວາມເປັນມິດຕະພາບຊຶ່ງກັນ ແລະ ກັນ ພາຍຫຼັງທີ່ແຕ່ລະຄົນສຳເລັດການສຶກສາໄປປະກອບອາຊີບນັບທັງພາຍໃນ ແລະ ຕ່າງປະເທດ, ວຽກງານຢູ່ບັນດາກະຊວງ, ອົງການຈັດຕັ້ງແຂວງ ແລະ ທ້ອງຖີ່ນຕ່າງໆ ໃນຂອບເຂດທົ່ວປະເທດ ເປັນເວລາ 10 ກວ່າປີ ຈຶ່ງໄດ້ຫວນຄືນມາພົບໜ້າພໍ້ຕາກັນອີກຄັ້ງ ງານພົບປະອາດິດນັກສຶກສາ ສາຂາວິຊາ ການຕະຫຼາດ ລຸ້ນທີ 2 ສົກຮຽນ 2007-2008 ນີ້ເກີດຂື້ນໄດ້ກໍຍ້ອນການປະສານສົມທົບຮ່ວມມືຊຶ່ງກັນ ແລະ ກັນ, ຮ່ວມໃຈກັນຈັດກິດຈະກຳພົບປະແລກປ່ຽນບົດຮຽນ, ຖາມຂ່າວຄາວຊີວິດການເປັນຢູ່ ແລະ ໜ້າທີ່ວຽກງານ, ເປັນການຫວນຄືນມາຢ້ຽມຢາມຄູ-ອາຈານ ຢ້ຽມຢາມສະຖາບັນເກົ່າ ບ່ອນທີ່ເປັນເບົ້າຫຼໍ່ໃຫ້ທຸກຄົນໄດ້ມີວັນນີ້.

ເປັນກຽດເຂົ້າຮ່ວມມີ ທ່ານ ປອ ສົມເພັດ ຣັຕນະສິມ ປະທານອຳນວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອຳນວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມີ ທ່ານຮອງຜູ້ອຳນວຍການ, ຄະນະອາຈານ ແລະ ອາດິດນັກສຶກສາເຂົ້າຮ່ວມ.