ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao
  • English

ກິດຈະກຳຊ່ວຍເຫຼືອຄອບຄົວຜູ້ປະສົບອຸທົກກະໄພ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ

ໃນວັນທີ 13-15 ພະຈິກ 2020 ຜ່ານມານີ້ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຮ່ວມກັບ ວິທະຍາໄລ ເສດຖາ ບໍລິຫານທຸລະກິດ ໄດ້ຈັດກິດຈະກຳຊ່ວຍເຫຼືອຄອບຄົວຜູ້ປະສົບອຸທົກກະໄພ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ.
ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ກໍ່ຄືຜູ້ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ ດັ່ງນັ້ນສະຖາບັນ ຣັຕນະ ບໍລິຫານທຸລະກິດ ຮ່ວມກັບ ວິທະຍາໄລ ເສດຖາບໍລິຫານທຸລະກິດ ໄດ້ພ້ອມກັນຈັດກິດຈະກຳຊ່ວຍເຫຼືອຄອບຄົວທີ່ປະສົບໄພນ້ຳຖ້ວມຢູ່ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ, ເຊິ່ງເຄື່ອງຊ່ວຍເຫຼືອຄັ້ງນີ້ທາງສະຖາບັນ ຣັຕນະ ບໍລິຫານທຸລະກິດ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ປະຈຳວັນ ແລະ ເຄື່ອງນຸ່ງຫົ່ມ ໂດຍໄດ້ຮັບການສົມທົບຈາກບັນດາອາຈານ ພະນັກງານ ແລະ ນັກສຶກສາ. ໄດ້ຈັດແບ່ງເປັນຈໍານວນ 160 ຊຸດ ເພື່ອມອບໃຫ້ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງເຊໂປນ.
ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ໄດ້ຈັດຂຶ້ນທີ່ວັດບ້ານອຸດົມສຸກ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມໃນກາງເດືອນຕຸລາທີ່ຜ່ານມາ ໂດຍມີຄະນະອາຈານ ແລະ ນັກສຶກສາທັງສອງສະຖາບັນ ມອບໃຫ້ຕາງໜ້າແຕ່ລະຄອບຄົວ ໂດຍມີຄະນະບ້ານ ແລະ ພະສົງເຂົ້າຮ່ວມ.
ບ້ານອຸດົມສຸກ ແມ່ນບ້ານໜຶ່ງ ຂຶ້ນກັບເມືອງເຊໂປນ ແຂວງສະຫວັນນະເຂດ ມີຈຳນວນ 160 ຄອບຄົວ, ອາຊີບຫຼັກປະຊາຊົນແມ່ນປູກຝັງ ແລະ ລ້ຽງສັດ ເຊິ່ງຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ແມ່ນເຮັດໃຫ້ເຄື່ອງປູກຂອງຝັງ ໂດຍສະເພາະແມ່ນເຂົ້າທີ່ກຳລັງຈະເກັບກ່ຽວໄດ້ຖືກນ້ຳຖ້ວມເສຍຫາຍທັງໝົດ, ນອກນັ້ນ ຍັງມີສັດລ້ຽງຕັ້ງແຕ່ສັດປີກຈົນຮອດງົວຄວາຍ ໄດ້ຖືກກະແສນ້ຳພັດສູນຫາຍໄປ, ບາງຄອບຄົວແມ່ນສູນເສຍທັງເຮືອນຊານ ແລະ ເຄື່ອງໃຊ້ຖືກຈົມຫາຍໄປພ້ອມກັບກະແສນ້ຳທີ່ພັດແຮງ ແລະ ຖ້ວມສູງ.
ການປະກອບສ່ວນຊ່ວຍເຫຼືອຄອບຄົວຜູ້ປະສົບໄພນ້ຳຖວ້ມຂອງສະຖາບັນ ຣັຕນະ ບໍລິຫານທຸລະກິດ ແລະ ວິທະຍາໄລເສດຖາບໍລິຫານທຸລະກິດໃນຄັ້ງນີ້ ນອກຈາກຈະເປັນການຊ່ວຍແບ່ງເບົາຄວາມາສູນເສຍຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດແລ້ວ ຍັງເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈຂອງສອງສະຖາບັນທີ່ໄດ້ເຊັນຮ່ວມມືກັນທາງດ້ານການແລກປ່ຽນວິຊາການ ແລະ ການເຮັດກິດຈະກຳຮ່ວມກັນ.