ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao
  • English

ການມອບເງິນອຸປະຖຳກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ

ຕອນເຊົ້າ ວັນທີ 20 ພະຈິກ 2020 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ທ່ານ ປອ ສົມເພັດ ຣັຕນະສິມ ປະທານອຳນວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ, ພ້ອມຄະນະ ໄດ້ມອບເງິນໃນການອຸປະຖຳ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຈຳນວນເງິນ 10,000,000 ກີບ (ສິບລ້ານກີບ) ຕາງໜ້າກະຊວງສຶກສາທິການ ແລະ ກິລາ ຮັບໂດຍ ທ່ານ ນາງ ຂັນທະລີ ສີລິພົງພັນ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມຄະນະ.