ເບີໂທຕິດຕໍ່: 021 413871 | Email: contact@rbac.edu.la
  • Lao

RI MOU SBAC

ວັນທີ 23 ຕຸລາ 2020 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ກັບ ວິທະຍາໄລ ເສດຖາບໍລິຫານທຸລະກິດ ໄດ້ຈັດພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈຮ່ວມມືກັນໃນໄລຍະ 5 ປີ ເພື່ອສົ່ງເສີມ ແລະ ແລກປ່ຽນບົດຮຽນໃນການພັດທະນາ ໂດຍສະເພາະດ້ານວິຊາການ, ການຈັດຕັ້ງການຮຽນ-ການສອນ ພິທີດັ່ງກ່າວແມ່ນຈັດຂື້ນທີ່ສະຖາບັນ ຣັຕນະ ບໍລິຫານທຸລະກິດ ເປັນກຽດເຂົ້າຮ່ວມເປັນສັກຄີພິຍານ ມີທ່ານ ແສງແກ້ວ ວົງສະກິດ ຫົວໜ້າພະແນກຄຸ້ມຄອງວິຊາການ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ຝ່າຍສະຖາບັນ ຣັຕນະ ບໍລິຫານທຸລະກິດມີ ທ່ານ ປອ ສົມເພັດ ຣັຕນະສິມ ປະທານອຳນວນການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອຳນວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ພ້ອມຄະນະປະທານ, ພະນັກງານ ແລະ  ຄູ-ອາຈານ, ຝ່າຍວິທະຍາໄລ ເສດຖາບໍລິຫານທຸລະກິດມີ ທ່ານ ນາງ ມາລາ ຫຼວງສຸວັນນະວົງ ຜູ້ປະກອບການ ວິທະຍາໄລ ເສດຖາບໍລິຫານທຸລະກິດ, ທ່ານ ຄຳສອນ ສຸລິຍະແສງ ຜູ້ອຳນວຍການວິທະຍາໄລ ເສດຖາບໍລິຫານທຸລະກິດ ພ້ອມຄະນະ, ພະນັກງານ ແລະ  ຄູ-ອາຈານ. ສຳລັບເນື້ອໃນຂອງການຮ່ວມມື ທາງສະຖາບັນ ຣັຕນະ ບໍລິຫານທຸລະກິດ ແມ່ນໃຫ້ຄວາມຮ່ວມມືດ້ານວິຊາການ ແລະ ກິດຈະກຳຕ່າງໆ, ໃຫ້ຄວາມຮ່ວມມືທາງດ້ານຂໍ້ມູນຂ່າວສານ ແລະ ການໂຄສະນາຕ່າງໆ ແລະ ໃຫ້ຄວາມຮ່ວມມືຮັບເອົານັກສຶກສາທີ່ຈົບຈາກຊັ້ນສູງຈາກວິທະຍາໄລ ເສດຖາບໍລິຫານທຸລະກິດ ສາມາດເຂົ້າມາຕໍ່ເນື່ອງລະດັບປະລິນຍາຕີ ໃນສາຂາວິຊາທີ່ກ່ຽວຂ້ອງໄດ້ ສ່ວນທາງ ວິທະຍາໄລ ເສດຖາບໍລິຫານທຸລະກິດ ແມ່ນໃຫ້ຄວາມຮ່ວມມືດ້ານວິຊາການ ແລະ ກິດຈະກຳຕ່າງໆ, ໃຫ້ຄວາມຮ່ວມມືທາງດ້ານຂໍ້ມູນຂ່າວສານ ແລະ ການໂຄສະນາຕ່າງໆ ແລະ ໃຫ້ຄວາມຮ່ວມມືທາງດ້ານການຈັດສົ່ງນັກສຶກສາທີ່ຮຽນຈົບຊັ້ນສູງ ເພື່ອເຂົ້າຮຽນຕໍ່ເນື່ອງນຳ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໃນສາຂາວິຊາທີ່ກ່ຽວຂ້ອງຕາມລະບຽບການ. ຫຼັງຈາກນັ້ນຜູ້ອຳນວຍການທັງສອງຝ່າຍກໍ່ໄດ້ຮ່ວມລົງນາມເຊັນສັນຍາໃນຄັ້ງນີ້.